ຮຽນ ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລື່ອງ : ຂໍໃຫ້ພິຈາລະນາທົບທວນ ສາເຫດການເສຍຊີວິດຂອງແມ່ຄ້າຂາຍເຄື່ອງອອນລາຍຊື່ດັງ ປະຊາຊົນ ແລະຊື່ສັງຄົມອອນລາຍຕ່າງ ກໍກັບມາໃຫ້ຄວາມສົນໃຈ ກ່ຽວກັບເຫດໄຟໄໝ້ເຮືອນ ຈົນເຮັດໃຫ້ແມ່ຄ້າຂາຍເຄື່ອງອອນລາຍຊື່ດັງເສຍຊີວິດຢູ່ໃນເຮືອນສ່ວນຜູ້ເປັນຜົວໄດ້ໜີອອກທັນ ເພື່ອຄວາມເປັນທຳທັງສອງຝ່າຍຂໍໃຫ້ເຈົ້າໜ້າທີ່ຕຳຫຼວດ ສະຫຼຸບ



ເຫດການອີກຄັ້ງ ອຸບັດຕິເຫດຫຼືຄາດຕະກຳ ຂໍໃຫ້ທາງເຈົ້າໜ້າທີ່ຜູ້ສືບສວນສອບສວນເກັບກຳຂໍ້ມູນໃນຈຸດເກີດເຫດໃນຂະໜາດເກີດເຫດ ແລະພິສູດສາກສົບ ວ່າສາເຫດການເສຍຊີວິດ ສຳລັກຄວັນໄຟ ຖືກໄຟໄໝ້ ຫຼືມີລ່ອງລອຍການທຳຮ້າຍຮ່າງກາຍຈົນເຮັດໃຫ້ເສຍຊີວິດ ຕອນນີ້ສັງຄົມກຳລັງກັບເຂົ້າມາໃຫ້ຄວາມສົນໃຈຫຼັງຈາກ ແຟນຂອງຜູ້ກ່ຽວທີ່ເສຍຊີວິດໄດ້ ແຕ່ງງານເອົາເມຍໃໝ່ ຢາດອ້າຍນ້ອງ ຍັງຂ້ອງໃຈ ກັບສາເຫດການເສຍຊີວິດ ຂໍລຽກຮ້ອງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງອອກມາຊີ້ແຈງລາຍລະອຽດເພື່ອໃຫ້ຄວາມເປັນທຳທັງສອງຝ່າຍ ແລະຕອນນີ້ສັງຄົມສ່ວນຫຼາຍກໍໄດ້ຕັດສິນແລ້ວ ວ່າຜົວຄາດຕະກຳເນຍແລ້ວຈຸດໄພເຜົາ ເຈົ້າໜ້າທີ່ຕຳຫຼວດເທົ່ານັ້ນ ທີ່ຈະອອກມາໃຫ້ຄວາມເປັນທຳທັງສອງຝາຍ ເພື່ອຄວາມເປັນທຳໃນສັງຄົມ ຢ່າເຮັດໃຫ້ຊື່ສັງຄົມອອນລາຍ ມາດຕະສິນຄົນທີ່ເປັນ ໃຫ້ກາຍເປັນຄົນທີ່ຕາຍທັງເປັນ ຖ້າແມ່ນວ່າ ຄຳກ່າວຫາຂອງຢາອ້າຍນ້ອງ ມີມູນຫຼັກການເປັນຄວາມຈິງ ກໍຂໍໃຫ້ເຈົ້າໜ້າທີ່ສືບສວນສອບສວນໃໝ່ ແລະຈັບກຸ່ມຜູ້ຕ້ອງຫາດຳເນີນຄະດີຕາມກົດໝາຍ ແຕ່ຖ້າບໍ່ມີຫຼັກຖານ ສັງຄົມກໍຄວນຢຸດ ຕັດສິນຄົນເປັນທີ່ຕ້ອງເລີ່ມຕົ້ນຊີວິດໃໝ່ ດ້ວຍຄວາມສີວິໄລ ຂໍໃຫ້ທັງສອງຝ່າຍໄດ້ຮັບຄວາມເປັນທຳ ຂໍຂອບໃຈເຈົ້າໜ້າທີ່
